ດ່ວນໆ ແຈ້ງຂ່າວບຸນກາບໄຫວ້ ຕົ້ນໄມ້ມະນີໂຄດ

ຄະນະພັກ ອຳນາດການປົກຄອງເມືອງໂຂງ ຮ່ວມກັບບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ

ຈະໄດ້ຈັດງານບຸນກາບໄຫວ້ຕົ້ນໄມ້ມະນີໂຄດ ຢູ່ແຫຼ່ງທ່ອງທ່ຽວນ້ຳຕົກຕາດ ຄອນພະເພັງ…ກຳນົດງານບຸນມີດັ່ງນີ້:

🙏 ວັນທີ 12/1/2023 ເປັນມື້ຫ້າງຫາກະກຽມ, ຕົບແຕ່ງກອງບຸນ ແລະ ເຄື່ອງໄຊຍະທານ, ຕອນແລງມີພິທີສູດປະລິຕະມຸງຄຸນ ແລະ ຟັງທຳມະເທສະໜາ.

🙏 ວັນທີ 13/1/2023 ເປັນມື້ຕັກບາດ, ຖວາຍກອງບຸນ ແລະ ເຄື່ອງສັງຄະທານ ແດ່ພະສົງສາມະເນນ 13 ອົງ ແລະ ເລີກແລ້ວບຸນໃນວັນນັ້ນ.

ດັ່ງນັ້ນ, ຈິ່ງຂໍແຈ້ງຂ່າວປ່າວກຸສົນນີ້ ມາຍັງຍາດຕິພີ່ນ້ອງຜູ້ຢູ່ໃກ້ ແລະ ຢູ່ໄກ ທີ່ມີຈິດໃຈເຫຼື້ອມໃສໃນພຣະພຸດທະສາສະໜາ ຈົ່ງໄດ້ເສຍສະຫຼະເວລາອັນມີຄຸນຄ່າຂອງທ່ານ ໄປຮ່ວມງານບຸນຄັ້ງນີ້ດ້ວຍເຖີ້ນ.