ຄົນເກີດວັນຈັນ : ການທຳນາຍໄດ້ກ່າວວ່າປີນີ້ການເງິນບໍ່ຄ່ອຍດີປານໃດ ຂາດໆເຂີນໆ ແນ່ຈັກຫນ້ອຍ ແຕ່ເມື່ອເຂົ້າສູ່ເດືອນ2-ປີ2023 ຖືວ່າເປັນປີດວງຊາຕາມີເທວະດາ ສີ່ງສັກສິດທີ່ຕົນບູຊາ ອວຍພອນ ປະທານພອນແກ່ທ່ານ ມີເກນເປັນເສດຖີໃໝ່ ໂຊກລາບແລ່ນເຂົ້າມາ ດ້ານການງານ ເຮັດຫຍັງກໍກ້າວໜ້າ ທຳມາຄ້າຂາຍຂື້ນ ການເງິນກໍດີ ມີເກນໄດ້ຈັບເງິນກ້ອນ ມີໂຊກຫຼາຍດ້ານ ຈາກວຽກ ຫຼັກ ແລະ ວຽກເສີມ ຂໍພຽງດຸໝັ່ນ ທ່ານຈະມີເກັບມີໃຊ້ ບໍ່ຂາດມືແນ່ນອນ ບໍ່ໂກງຄົນອື່ນທ່ານຈະດວງດີແບບນີ້ຍາວໆໄປເລີຍ
(ຖ້າທ່ານຢາກໃຫ້ຊີວິດມີແຕ່ຄວາມສຸກກາຍສະບາຍໃຈ ໃຫ້ເຂົ້າວັດໝັ່ນທຳບຸນ ທຸກໆວັນສິນ ບໍ່ໃຫ້ຂາດ ແລ້ວຊີວິດທ່ານຈະພົບແຕ່ຄວາມສຸກ).
ຄົນທີ່ເກີດວັນສຸກ : ຕາມຄຳທຳນາ ໃນປີ2023ຊີວິດຈະດີຂື້ນພິກຜັນ ມີຄົນເຂົ້າມາຊ່ວຍເຫຼືອ ວຽກງານໂດດເດັ່ນ ປະສົບຜົນສຳເລັດຢ່າງເພີ່ງພໍໃຈ ການເງິນດີຂື້ນເລື້ອຍໆ ຫຼຸດຜ່ອນພາລະ ທຳມາຄ້າຂາຍ ໄດ້ກຳໄລຢ່າງເພີ່ງພໍໃຈ ເຮັດອັນໃດ ກໍໄດ້ເງິນ ມີເກັບ ມີໃຊ້ບໍ່ຂາດມື ຂໍພຽງດຸໝັ່ນ ອົດທົນແຖມດວງຂອງທ່ານປີນີ້ ມີເກນການງານລາບລື່ນ ການເງິນດີ ແຖມມີເກນມີໂຊກລາບ ສາມາດມີເຮືອນ ມີີລົດໄດ້ດັ່ງໃຈ ເຮັດໃຫ້ສົມຫວັງດັ່ງໃຈຫວັງມາແຕ່ດົນນານ ຄອບຄົວມາຮອດຈຸດລໍຄອຍນັ້ນກໍຄືຄວາມສຸກເພີ່ມຂື້ນແຖມດວງຂອງທ່ານຍັງມີເກນ ມີໂຊກຮັບຊັບຕະຫຼອດທັງປີ ມີເກັບ ມີໃຊ້ບໍ່ຂາດມື (ຖ້າທ່ານຢາກໃຫ້ຊີວິດມີແຕ່ຄວາມສຸກກາຍສະບາຍໃຈ ໃຫ້ເຂົ້າວັດໝັ່ນທຳບຸນ ທຸກໆວັນສິນ ບໍ່ໃຫ້ຂາດ ແລ້ວຊີວິດທ່ານຈະພົບແຕ່ຄວາມສຸກ).
ຄົນເກີດວັນເສົາ : ຈາກປີ2022ທີ່ຜ່ານມາຖືວ່າພົບແຕ່ເລື່ອງຂັດສົນຫຼາຍໃນຊີວິດໂດຍສະເພາະເລື່ອງເງິນຄຳ ນັບທັງປັນຫາທາງຄອບຄົວເຮັດໃຫ້ທ່ານຫນັກໃຈຢູ່ຕະຫຼອດ ແຕ່ຫຼັງຈາກຜ່ານປີນີ້ໄປ ໃນກາງປີ ປີ2023 ທ່ານຈະໄດ້ຮັບຂ່າວດີ ແລະ ໄດ້ຮັບການສະໜັບສະໜູນຈາກຜູ້ໃຫຍ່ ດວງຊະຕາຂອງທ່ານໄດ້ຮັບການປົກປັກຮັກສາຈາກສີ່ງສັກສິດ ມີເກນ ຮັບຊັບ ລ້ຳລວຍ ດັ່ງໃຈໄຝ່ຝັນມາດົນນານ ການເງິນດີຂື້ນຫຼາຍ ລາຍໄດ້ເຂົ້າມາຕໍ່ເນື່ອງຫຼາກຫຼາຍຊ່ອງທາງ ດວງຂອງທ່ານມີໂອກາດໄດ້ປະສົບຜົນສຳເລັດດ້ານການງານ ແລະ ມີເກນໄດ້ໂຊກຈາກການສ່ຽງໂຊກອີກ ໄດ້ຈັບເງິນຫຼັກລ້ານຂື້ນໄປ ມີລົດ ມີບ້ານຫຼັງໃຫມ່ເປັນຂອງຂວັນຊີວິດ ຊີວິດຈາກນີ້ໄປ ມີແຕ່ໂຊກດີ ເຮັດຫຍັງ ກໍເປັນເງິນເປັນທອງ ດວງທ່ານຈະດີຍາວໆ ຖ້າທ່ານເປັນດຸໝັ່ນ ແລະ ຊື່ສັດສຸຈະລິດ,ດວງຂອງທ່ານສຳລັບໃນປີນີ້ ມີເກນ ມີໂຊກຮັບຊັບຕະຫຼອດທັງປີ ມີເກັບ ມີໃຊ້ບໍ່ຂາດມື ເຮັດໃຫ້ທ່ານ ແລະ ຄອບຄົວ ພົບຄວາມສຸກເພີ່ມຂື້ນອີກຂັ້ນໃນປີນີ້ດັ່ງໃຈຫວັງມາດົນ.
(ຖ້າທ່ານຢາກໃຫ້ຊີວິດມີແຕ່ຄວາມສຸກກາຍສະບາຍໃຈ ໃຫ້ເຂົ້າວັດໝັ່ນທຳບຸນ ທຸກໆວັນສິນ ບໍ່ໃຫ້ຂາດ ແລ້ວຊີວິດທ່ານຈະພົບແຕ່ຄວາມສຸກ)
ຄົນທີ່ເກີດວັນພຸດ : ຕາມຄຳທຳນາຍໄດ້ກ່າວວ່າ ທັງທ້າຍປີ ຊິວິດຈະມີແຕ່ສິ່ງດີໆເຂົ້າຫາ ການງານຈະມີການປ່ຽນແປງໃນທາງທີ່ດີຂື້ນ ອາດໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງ ປັບເງິນເດືອນຂື້ນ ມີໂອກາດໄດ້ບອກລາຄວາມຈົນ ນອກຈາກນີ້ໃນຊວງເວລານີ້ ຍັງສາມາດຈັດສັນໃນເລື່ອງດານເງິນ ມີເງິນເກັບ ເງິນໃຊ້ບໍ່ຂາດມື ໃຜເປັນເຈົ້າຂອງທຸລະກິດຈະເລີນກ້າວໜ້າ ໃຜທີ່ຂາດເຂີນເລື່ອງເງິນ ກໍ່ຈະຫມົດໄປ ຈະມີແຕ່ເງິນ ທອງ ລັ່ງໄຫຼເຂົ້າຫາ ແລະ ຄົນທີ່ໂສດກໍ່ຈະໄດ້ພົບເນື້ອຄູ່ ຄົນມີຄູ່ຮັກກັນໝັ້ນຄົງ ຊີວິດມີແຕ່ຄວາມສຸກສົມຫວັງ.(ຖ້າທ່ານຢາກໃຫ້ຊີວິດມີແຕ່ຄວາມສຸກກາຍສະບາຍໃຈ ໃຫ້ເຂົ້າວັດໝັ່ນທຳບຸນ ທຸກໆວັນສິນ ບໍ່ໃຫ້ຂາດ ແລ້ວຊີວິດທ່ານຈະພົບແຕ່ຄວາມສຸກ).